ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ອາ​ເມ​ຣິ​ກາ ຈັດ​ສັນ​ງົບປະມານ​ສຸກ​ເສີນ ສ້ອມແປງ​ຂົວ​ຫຼາຍ​ກວ່າ 60 ລ້ານ​ໂດ​ລາ


     ສຳນັກ​ຂ່າວ​ຕ່າງປະເທດ​ລາຍ​ງານ ຈາກ​ນະຄອນຫຼວງ​ວໍ​ຊິງ​ຕັນ ຂອງ ສ ອາ​ເມ​ຣິ​ກາ ເມື່ອ​ວັນ​ທີ 28 ມີນາ 2024 ນີ້ວ່າ: ກະຊວງ​ຄົມມະ
ນາຄົມ ສ ອາ​ເມ​ຣິ​ກາ ໄດ້​ອອກ​ຖະແຫຼງການ​ເລື່ອງ​ການ​ຈັດ​ສັນ ງົບປະມານ​ສຸກ​ເສີນ ເບື້ອງ​ຕົ້ນ 60 ລ້ານ​ໂດ​ລາ ສະຫະລັດ ໃຫ້​ແກ່ ລັດ​ແມ​ຣິ​
ແລນ ເພື່ອ​ຟື້ນ​ຟູ ຂົວ​ຟຣານ​ຊີ​​ສ ສະ​ກອດ​ຄີ ຢູ່​ເມືອງ ​ບັລ​ຕີ​ມໍ​​ຣ ເຊິ່ງ​ພັງ​ຖະ​ຫລົ່ມລົງ​ມາທັງ​ໝົດ​ ພາຍຫຼັງຖືກ​ກຳປັ່ນບັນທຸກສິນຄ້າ​ຕ້າ​ຫຼີ່ ຂອງ
ສິງກະໂປ ຕຳ​ໃສ່ ເມື່ອ​ບໍ່​ດົນ​ມາ​ນີ້. ເຊິ່ງ​ນັກ​ວິເຄາະ​ເວົ້າ​ວ່າ: ຄ່າ​ໃຊ້​ຈ່າຍ​ທັງ​ໝົດ ຂອງ​ໂຄງການ ດັ່ງກ່າວ ເຊິ່ງ​ລັດຖະບານ​ກາງ​ຈະ​ເປັນ​ຜູ້​ຮັບຜິດ
ຊອບ​ເກືອບ 600 ລ້ານ​ໂດ​ລາ ສະຫະລັດ ແລະ ອາດ​ຈະ​ເພີ່ມ​ສູງ​ຂຶ້ນ​ເຖິງ 2.000 ຕື້​ໂດ​ລາ ສະ​​ຫະ​ລັດ. ສ່ວນ​ໄລຍະ​ເວລາ ຂອງ​ການ​ດຳເນີນ​
ງານ​ທັງ​ໝົດ ຍັງ​ບໍ່​ສາມາດ​ກຳນົດ​ໄດ້​ຢ່າງ​ຊັດ​ເຈນ. ທັງ​ນີ້, ກຳປັ່ນ​ຕ້າ​ຫຼີ່ ເຊິ່ງ​ບັນທຸກ​ຕູ້​ສິນຄ້າ ຈຳນວນ 4.700 ຕູ້ ໄດ້​ຕຳ​ເຂົ້າ​ກັບ ຂົວ​ຟຣານ​ຊີ​​ສ
ສະ​ກອດ​ຄີ ພາຍ​ໃນ​ເວລາ​ພຽງ 2 ນາທີ ຫຼັງ​ຈາກພະນັກງານ​ກຳປັ່ນໄດ້​ສົ່ງ​ສັນຍານ ຂໍ​ຄວາມ​ຊ່ວຍເຫຼືອ , ເນື່ອງ​ຈາກ​ເຄື່ອງ​ຈັກ​ດັບ ແລະ ພະຍາ
ຍາມ​ທອດ​ສະ​ມໍ ເພື່ອ​ບໍ່​ໃຫ້​ກຳປັ່ນ​ເຄື່ອນ​ເຂົ້າ​ໄປ​ປະ​ທະ​ກັບ​ຂົວແຕ່​ບໍ່​ທັນ​ການ. ປັດຈຸບັນ, ສຳນັກງານ​ຕຳຫຼວດ​ລັດ​ແມ​ຣິ​ແລນ ໄດ້​ຢືນຢັນ​ວ່າ
ກວດ​ຄົ້ນເອົາຮ່າງຜູ້​ເສຍ​ຊີວິດ​ມາ​ໄດ້ 2 ຄົນ ຈາກທັງ​ໝົດ 6 ຄົນ ທີ່​ເສຍ​ຊີວິດ ແລະ ສູນຫາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/04/2024